Published: 07 Jul 2018 › Updated: 07 Jul 2018
สะบายดีทุกท่าน@soysungvone ສະບາຍດີ ທຸກທ່ານຊາວ esteemit ທຸກທ່ານມື້ນີ້ ເປັນອີກມື້ຫນຶ່ງທີ່ມີໂອກາດມາຂຽນບົດຄວາມໃຫ້ທຸກທ່ານໄດ້ອ່ານເນື່ອງຈາກສອງອາທິດທີ່ຜ່ານມາຂ້າພະເຈົ້າໄປເດີນທາງໄປທັດສະນະສຶກສາຢູ່ທີ່ຈັງຫວັດຊຽງໃຫມ່ປະເທດໄທ ໄດ້ໄປຊົມວັດວາສາສະນາສິນລະປະວັດທະນາທຳທາງລ້ານນາ ຮູ້ສຶກໄດ້ວ່າມີມົນຄັງ ມີສະເຫນ່ ວັດຕ່າງໆໃນຊຽງໃຫມ່ເປັນວັດທີ່ສວຍງາມແລະດຶງດູດໃຫ້ແຂກຕ່າງຊາດໄດ້ມາທ່ຽວຊົມໂດຍສະເພາະແມ່ນນັກທ່ອງທ່ຽວທາງປະເທດຈີນຖືວ່າຫລາຍກ່ອນຫມູ່ນອກຈາກນີ້ກໍ່ມີນັກທ່ອງທ່ຽວຫລາຍໆປະເທດ.ຂ້າພະເຈົ້າຮູ້ສຶກວ່າການໄປທັດສະນະສຶກສາໃນຄັ້ງນີ້ ໄດ້ຮູ້ກ່ຽວກັບການພັດທະນາວັດໃນບ້ານເຂົາເຈົ້າສິນລະປະລວດລາຍອັນປານີດບັນຈົງທີ່ນາຍຊ່າງໄດ້ປະດັບປະດາຕົກແຕ່ງໃຫ້ງົດງາມເປັນທີ່ຕິດໃຈຂອງແຂກຕ່າງດ້າວທ້າວຕ່າງແດນໃຫ້ມາຊົມແລະສຳພັດກັບຄວາມງາມຂອງນະຄອນພິງຊຽງໃຫມ່ ໄທແລນ ແລະຂ້າພະເຈົ້າໄດ້ນຳຮູບພາບມານຳສະເຫນີບາງສ່ວນຖ້າຫາກຢາກເຫັນໃຫ້ເດີນທາງໄປທ່ຽວຊົມຈະຮູ້ສຶກແບບດ່ຽວກັບຂ້າພະເຈົ້າ🗣🗣
Leave สะบายดีทุกท่าน@soysungvone to:
Best Posts From Soysungvone We have not curated any of soysungvone's posts yet. But you can encourage our curation team to review posts by visiting them regularly and by referring other readers. Because we give priority to frequently read content.
More Posts From Soysungvone