ເລົ່າຂານປະຫວັດສາດພຣະທາດ ປຸມປຸກ@soysungvone
ພຣະທາດປູມປຸກ ແມ່ນພຣະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນໍ້າທາ, ສ້າງຂຶ້ນ ໃນປີ ຄສ 1628 ເພື່ອເປັນສັນຍາລັກແຫ່ງມິດຕະພາບ ລະຫວ່າງ ເມືອງຫົວທາ ແລະ ເມືອງຊຽງແສນ. ພຣະທາດດວງເກົ່າໄດ້ຖືກຍົນ ອາເມລິກາ ຖິ້ມລະເບີດທຳລາຍ ໃນປີ 1966. ປະຈຸບັນ ຍັງມີຮ່ອງຮອຍເສດເຫຼືອຢູ່ ຂ້າງພະທາດດວງໃໝ່.
ພຣະທາດປູມປຸກ ຕັ້ງຢູ່ຫ່າງ ຈາກເທດສະບານແຂວງຫຼວງນໍ້າທາ ປະມານ 7 ກິໂລແມັດ. ທ່ານສາມາດຂີ່ລົດໂດຍສານ ຫຼື ລົດຖີບໄປເຖິງສະຖານທີ່ດັ່ງກ່າວໄດ້. ປະຈຸບັນຍັງບໍ່ທັນມີປ້າຍອະທິບາຍ ປະຫວັດຄວາມເປັນມາ ຂອງທາດດັ່ງກ່າວ. ບຸນພຣະທາດປູມປຸກ ຈັດຂຶ້ນໃນ ເດືອນກຸມພາ ຂອງທຸກໆປີ.
ອິງຕາມປະຫວັດສາດ ເມືອງຫຼວງຫົວທາ ບັນທຶກໄວ້ວ່າ: ມາເຖິງເດືອນ 6 ອອກໃໝ່ 13 ຄໍ່າປີ ເປິກສີ ຈສ 990 ຄສ 1628 ກົງກັບປີ ພສ 2171 ແມ່ນພຣະຍານາແລຕາໄຟ ທີ່ປົກຄອງເມືອງຊ້າຍ ຈັນທະບູລີ ແລະ ພຣະຍາ ສີສຸໂທທະນະ ທຳມີກະລາຊາ ແຫ່ງເມືອງຊຽງແສນ ໄດ້ຕົກລົງ ເຫັນດີນຳກັນ ໄດ້ນຳເອົາໄພ່ພົນ ທັງສອງເມືອງ ມາເມືອງຫຼວງຫົວທາ ເພື່ອກໍ່ສ້າງ ພະທາດຜູກໄມຕີກັນຂຶ້ນ 2 ດວງຄື: ດວງທີ 1 ສ້າງຂຶ້ນຢູ່ເທິງພູ ທາງທິດຕາເວັນຕົກສຽງເໜືອ ຂອງເມືອງຫຼວງຫົວທາ; ພຣະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພຣະຍາສີສຸໂທທະນະ ທຳມີກະລາຊາ ເຈົ້າຜູ້ປົກຄອງ ເມືອງຊຽງແສນ ແລະ ຕັ້ງນາມພຣະທາດດວງນີ້ວ່າ "ພຣະທາດພູກຸກ ຫຼື ພະທາດພູປຸກ" ແຕ່ມາໃນໄລຍະຕໍ່ມາ ເອີ້ນວ່າ "ພະທາດປູມປຸກ ອິນທະລົງກາຣາຊາທະນີ" ມາຈົນເຖິງປະຈຸບັນ. ດວງທີ 2 ແມ່ນສ້າງຂຶ້ນຢູ່ເທີງພູ ທີ່ມີຊື່ວ່າ "ພູຜາສາດ" ຕັ້ງຢູ່ ທາງທິດຕາເວັນອອກສ່ຽງເໜືອ ຂອງເມືອງຫຼວງຫົວທາ, ປະຈຸບັນ ບໍລິເວນດັງກ່າວ ແມ່ນຫ່າງຈາກ ບ້ານນໍ້າທຸງ 2 ກິໂລແມັດ ພຣະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພຣະຍານາແລຕາໄຟ ຜູ້ປົກຄອງ ເມືອງຊ້າຍຈັນທະບຸລີ ແຫ່ງອານາຈັກລ້ານຊ້າງ.
ຂໍ້ມູນ: http://www.laogov.gov.la, ອົງການພັດທະນາການທ່ອງທ່ຽວ
Leave ເລົ່າຂານປະຫວັດສາດພຣະທາດ ປຸມປຸກ@soysungvone to:
Read more #esteemlaos posts
Best Posts From Soysungvone
We have not curated any of soysungvone's posts yet. But you can encourage our curation team to review posts by visiting them regularly and by referring other readers. Because we give priority to frequently read content.